Published by Sack at March 5, 2021 ບົວສອນ ວົງຖາວອນ ブアソン・ウォンターウォンຄວາມພູກພັນຂອງຊິວິດຂ້ອຍກັບຍີ່ປຸ່ນໄດ້ເລີ່ມຂຶ້ນເມື່ອຂ້ອຍໄດ້ຜ່ານການສອບເສັງພາກຂຽນຂອງການສອບເສັງຊິງທຶນລັດຖະບານຍີ່ປຸ່ນ (ຫຼື ເອີ້ນວ່າທຶນ MEXT) ແລະ ມີຊື່ເຂົ້າຮອບເສັງສຳພາດທີ່ສະຖານທູດຍີ່ປຸ່ນ. ຂ້ອຍບໍ່ຄິດບໍ່ຝັນວ່າຈະໄດ້ເຂົ້າຮອບສຳພາດ ເພາະໄດ້ຍິນມາເລື້ອຍໆວ່າ “ຖ້າບໍ່ມີເງິນໃຫ້….. ແມ່ນເສັງບໍ່ຜ່ານດອກ!” ຄຳເວົ້າເຫຼົ່ານັ້ນໄດ້ເຮັດໃຫ້ຂ້ອຍທໍ້ຖອຍຫຼາຍ ແຕ່ແນວໃດກໍຂໍລອງສູ້ດ້ວຍຄວາມສາມາດຂອງຕົນເອງກ່ອນ. ໃນຊ່ວງເວລາດຽວກັນນັ້ນ, ແມ່ຂອງຂ້ອຍກໍໄດ້ນອນໂຮງໝໍ, ແມ່ມີແຕ່ໃຫ້ກຳລັງໃຈຕະຫຼອດວ່າ “ເຮັດໃຫ້ດີທີ່ສຸດເດີລູກ, ຖ້າເສັງບໍ່ຜ່ານ ກໍບໍ່ເປັນຫຍັງ”…. ມື້ທີ່ເຂົ້າສອບເສັງຮອບສຳພາດ, ຂ້ອຍຍັງຈື່ໄດ້ດີວ່າເປັນມື້ທີ່ຝົນຕົກແຮງ, ຂ້ອຍຂີ່ລົດຈັກດຣີມສີແດງແຕ່ໂຮງໝໍມິດຕະພາບມາຮອດສະຖານທູດຍີ່ປຸ່ນຢູ່ນາໄຊ, ທັງຝົນ ແລະ ລົມພັດແຮງ, ເຖິງຈະໃສ່ເສື້ອກັນຝົນແລ້ວກໍ່ຕາມ […]