ABOUT US

ຫຼັກສູດຂອງພວກເຮົາ


ຫຼັກສູດການສິດສອນແມ່ນອີງຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາເປັນຫຼັກ.

ສະເພາະພາສາອັງກິດ, ພວກເຮົາໃຊ້ຫຼັກສູດ Budding Bean ມາຈາກປະເທດມາເລເຊຍ. ເປັນຫຼັກສູດພາສາອັງກິດສຳລັບເດັກໂດຍສະເພາະ. ເຊິ່ງເໜັ້ນໃຫ້ນັກຮຽນມ່ວນໃນການສົນທະນາ ແລະ ນຳໃຊ້ຄຳສັບປະຈຳວັນ. ເລີ່ມສອນພາສາອັງກິດໃຫ້ນັກຮຽນແຕ່ຫ້ອງລ້ຽງເດັກໃຫຍ່ (ກຽມອະນຸບານ) ອາຍຸ 2 ປີຂຶ້ນໄປ.


ຂໍ້ມູນເພີ່ມເຕີມ
 
 

ຊັ້ນຮຽນ

ນັກຮຽນມີອິດສະລະໃນການຮຽນຮູ້ຕາມເກນອາຍຸ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອໃຫ້ອ່ານອອກ ຂຽນໄດ້ ແລະ ຄິດໄລ່ເປັນ.


ຊັ້ນຮຽນ ຄ່າລົງທະບຽນ ຄ່າຮຽນປົກກະຕິ ຄ່າສ່ວນຫລຸດພິເສດ
ສະເພາະຕັ້ງແຕ່ວັນທີ 30/7-30/9/2020
- ຕໍ່ເດືອນ ຕໍ່6ເດືອນ ຕໍ່ປີ 6ເດືອນຫລຸດ 6% 1ປີຫລຸດ 15%
ລ້ຽງເດັກ 1 - 1,100,000 6,600,000 13,200,000 6,138,000 11,220,000
ລ້ຽງເດັກ 2 400,000 1,000,000 6,000,000 12,000,000 5,580,000 10,200,000
ອານຸບານ 400,000 900,000 5,400,000 10,800,000 5,022,000 9,180,000
ສຳຫລັບນັກຮຽນ
ພິເສດ
- 1,200,000 - - - -
ຊັ້ນຮຽນ ຄ່າຮຽນປົກກະຕິ ຄ່າສ່ວນຫລຸດພິເສດ
ສະເພາະຕັ້ງແຕ່ວັນທີ 30/7-30/9/2020
ຕໍ່ເດືອນ ຕໍ່6ເດືອນ ຕໍ່ປີ 6ເດືອນຫລຸດ 6% 1ປີຫລຸດ 15%
ປະຖົມ 900,000 5,400,000 10,800,000 5,022,000 9,180,000
ພິເສດ 1,100,000 - - - -
ຂໍ້ມູນເພີ່ມເຕີມ

ຈໍານວນນັກຮຽນແຕ່ລະຊັ້ນຮຽນ

5ຄົນ

ຫ້ອງລ້ຽງເດັກ

12ຄົນ

ຫ້ອງກຽມອານຸບານ

43ຄົນ

ຫ້ອງອານຸບານ

60ຄົນ

ຊັ້ນປະຖົມ

ຜູ້ອຳນວຍການ

ນາງ ບົວສອນ ວົງຖາວອນ

ຕຳແໜ່ງ: ອຳນວຍການ
ລະດັບການສືກສາ: ປະລິຍາໂທ

ນາງ ດາລາວັນ ສົມສຸກ

ຕຳແໜ່ງ: ຮອງອຳນວຍການ
ລະດັບການສືກສາ: ປະລິຍາຕີ

ພາລະກິດ:


  • ນັກຮຽນມີອິດສະລະໃນຮຽນຮູ້ຕາມເກນອາຍຸ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອໃຫ້ອ່ານອອກ ຂຽນໄດ້ ແລະ ຄິດໄລ່ເປັນ.
  • ປູກຝັງພູມປັນຍາທ້ອງຖິ່ນ ແລະ ສາກົນ ທີ່ມີຄຸນຄ່າໄປພ້ອມໆກັນໃຫ້ແກ່ນັກຮຽນ.
  • ເສີມສ້າງການພົວພັນລະຫວ່າງໂຮງຮຽນ ກັບ ຜູ້ປົກຄອງ ໂດຍເໜັ້ນຄຸນນະພາບການພັດທະນານັກຮຽນເປັນໃຈກາງ.