• ຮັບເດັກແຕ່ອາຍຸ 3ເດືອນ ຫາ 18ເດືອນ (1ປີ 6ເດືອນ)
  • ອັດຕາການດູແລນັກຮຽນແມ່ນ ຄູ 1 ຄົນ ຕໍ່ ນັກຮຽນບໍ່ເກີນ 3 ຄົນ
  • ຄ່າຮຽນແມ່ນລວມຄ່າອາຫານທ່ຽງ ແລະ ອາຫານຫວ່າງ
  • ຫ້ອງຮຽນມີແອເຢັນ, ມີກ້ອງວົງຈອນທີ່ຜູ້ປົກຄອງສາມາດເຂົ້າເບິ່ງອອນລາຍໄດ້
  • ຫຼັກສູດການສິດສອນ ແມ່ນເໜັ້ນຝຶກແອບກ້າມຊີ້ນນ້ອຍ ແລະ ໃຫຍ່ ເພື່ອໃຫ້ເດັກແຂງແຮງ ສົມບູນ, ຝຶກທັກສະ ຟັງ-ເວົ້າ ດ້ວຍການຟັງເລົ່ານິທານຮູບພາບ, ພານັກຮຽນຮ້ອງເພງ ແລະ ອ່ານຄຳສັບຈາກຮູບພາບ.

  • ຮັບເດັກແຕ່ອາຍຸ 18ເດືອນ (1ປີ 6ເດືອນ) ຫາ 3 ປີ
  • ອັດຕາການດູແລນັກຮຽນແມ່ນ ຄູ 1 ຄົນ ຕໍ່ ນັກຮຽນບໍ່ເກີນ 5 ຄົນ
  • ຄ່າຮຽນແມ່ນລວມຄ່າອາຫານທ່ຽງ ແລະ ອາຫານຫວ່າງ
  • ຫ້ອງຮຽນມີແອເຢັນ, ມີກ້ອງວົງຈອນທີ່ຜູ້ປົກຄອງສາມາດເຂົ້າເບິ່ງອອນລາຍໄດ້
  • ຫຼັກສູດການສິດສອນມີຮຽນພາສາອັງກິດ ແລະ ພາສາລາວ ໂດຍເໜັ້ນຝຶກແອບກ້າມຊີ້ນໃຫຍ່ໃຫ້ແຂງແຮງ ແລະ ກ້າມຊີ້ນນ້ອຍກຽມຄວາມພ້ອມໃນການຂີດຂຽນ, ຝຶກທັກສະ ຟັງ-ເວົ້າ ດ້ວຍການຟັງເລົ່ານິທານຮູບພາບ, ຮ້ອງເພງ, ອ່ານຄຳສັບຈາກຮູບພາບ ແລະ ອ່ານພະຍັນຊະນະ ລາວ ແລະ ອັງກິດ.

  • ອະນຸບານ 1 ຮັບແຕ່ 3ປີ ຫາ 4ປີ
  • ອະນຸບານ 2 ຮັບແຕ່ 4ປີ ຫາ 5ປີ
  • ອະນຸບານ 3 ຮັບແຕ່ 5ປີ ຫາ 6ປີ
  • ອັດຕາການດູແລນັກຮຽນແມ່ນມີຄູ 2ຄົນຕໍ່ຫ້ອງ ແລະ ບໍ່ຮັບນັກຮຽນເກີນ 20 ຄົນ
  • ຄ່າຮຽນແມ່ນລວມຄ່າອາຫານທ່ຽງ ແລະ ອາຫານຫວ່າງ
  • ຫ້ອງຮຽນມີແອເຢັນ, ມີກ້ອງວົງຈອນທີ່ຜູ້ປົກຄອງສາມາດເຂົ້າເບິ່ງອອນລາຍໄດ້
  • ຫຼັກສູດການສິດສອນມີຮຽນພາສາອັງກິດ ແລະ ພາສາລາວຕາມຫຼັກສູດຂອງກະຊວງສຶກສທິການ ແລະ ກິລາ

  • ປ1 ຮັບແຕ່ 6ປີ
  • ປ2 ຮັບແຕ່ 7ປີ
  • ປ3 ຮັບແຕ່ 8ປີ
  • ປ4 ຮັບແຕ່ 9ປີ
  • ປ5 ຮັບແຕ່ 10ປີ
  • ອັດຕາການດູແລນັກຮຽນແມ່ນມີຄູ 1ຄົນຕໍ່ຫ້ອງ ແລະ ບໍ່ຮັບນັກຮຽນເກີນ 20 ຄົນ
  • ຄ່າຮຽນແມ່ນລວມຄ່າອາຫານທ່ຽງ ແລະ ອາຫານຫວ່າງ
  • ຫ້ອງຮຽນມີແອເຢັນ, ມີກ້ອງວົງຈອນທີ່ຜູ້ປົກຄອງສາມາດເຂົ້າເບິ່ງອອນລາຍໄດ້
  • ຫຼັກສູດການສິດສອນມີຮຽນພາສາອັງກິດ ແລະ ພາສາລາວຕາມຫຼັກສູດຂອງກະຊວງສຶກສທິການ ແລະ ກິລາ.

ຕາຕະລາງວັນພັກ ແລະ ກິດຈະກໍາ ປະຈໍາສົກຮຽນ 2020 - 2021

ເດືອນ ວັນພັກ ກິດຈະກໍາ
ກັນຍາ ປີ2020 ວັນທີ 1 ເປີດສົກຮຽນໃໝ່ -
ຕຸລາ ປີ2020 ວັນທີ7 ພັກວັນຄູແຫ່ງຊາດ ສະຫຼອງວັນຄູແຫ່ງຊາດ ແລະ ບຸນອອກພັນສາ
ພະຈິກ ປີ2020 - ບຸນທາດຫຼວງ, ແຂ່ງຂັນສິລະປະ - ກິລາ
ທັນວາ ປີ2020 ວັນທີ2 ວັນຊາດລາວ ທັດສະນະສຶກສາ ຊັ້ນປະຖົມ(ອາດຈະມີປ່ຽນແປງ)
ມັງກອນ ປີ2021 ວັນທີ 1 - ປີໃໝ່ສາກົນ, ຊັ້ນປະຖົມ: ວັນທີ18 – 22 ພັກພາກຮຽນ 1 ຊັ້ນປະຖົມ: ວັນທີ 4 - 8 ທວນຄືນບົດຮຽນ, ວັນທີ 11 – 15 ສອບເສັງພາກຮຽນ 1
ກຸມພາ ປີ2021 - ທັດສະນະສຶກສາ ຊັ້ນອະນຸບານ (ອາດຈະມີປ່ຽນແປງ)
ມີນາ ປີ2021 ວັນທີ8 ວັນແມ່ຍິງສາກົນ -
ເມສາ ປີ2021 ວັນທີ12 - 14 ວັນບຸນປີໃໝ່ລາວ -
ພຶດສະພາ ປີ2021 ວັນທີ1 ວັນກໍາມະກອນ ວັນທີ 10 – 14 ທວນຄືນບົດຮຽນ, ວັນທີ 17 – 21: ປ1-ປ4 - ສອບເສັງພາກຮຽນ 2
ມີຖຸນາ ປີ2021 ວັນທີ1 ວັນເດັກນ້ອຍສາກົນ ງານວັນເດັກນ້ອຍ ແລະ ປູກຕົ້ນໄມ້, ວັນທີ 31/5 – 04/6 ສອບເສັງຈົບຊັ້ນ ປ5, ພິທີມອບໃບປະກາດຈົບຊັ້ນ ອະນຸບານ3 ແລະ ປ5
ກໍລະກົດ ປີ2021 ວັນທີ20 ວັນສ້າງຕັ້ງສະຫະພັນແມ່ຍິງ ບຸນເຂົ້າພັນສາ
ສິງຫາ ປີ2021 ພັກໝົດອາທິດທີ3 ຂອງເດືອນ ຄຸກະກຽມເພື່ອເປີດສົກຮຽນໃໝ່

ວິໄສທັດ:


  • ມຸ້ງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອຮັບໃຊ້ຊາດ ແລະ ສັງຄົມ.
  • ພາລະກິດ:


    • ນັກຮຽນມີອິດສະລະໃນຮຽນຮູ້ຕາມເກນອາຍຸ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອໃຫ້ອ່ານອອກ ຂຽນໄດ້ ແລະ ຄິດໄລ່ເປັນ.
    • ປູກຝັງພູມປັນຍາທ້ອງຖິ່ນ ແລະ ສາກົນ ທີ່ມີຄຸນຄ່າໄປພ້ອມໆກັນໃຫ້ແກ່ນັກຮຽນ.
    • ເສີມສ້າງການພົວພັນລະຫວ່າງໂຮງຮຽນ ກັບ ຜູ້ປົກຄອງ ໂດຍເໜັ້ນຄຸນນະພາບການພັດທະນານັກຮຽນເປັນໃຈກາງ.